ກ່ຽວກັບວິທະຍາໄລ

 

        ວິທະຍາ​ໄລ​ເຕັກນິກ-​ວິຊາ​ຊີບ​ ແຂວງຈໍາປາ​ສັກ ໄດ້​ເອົາ​ໃຈ​ໃສ່​ຢ່າງ​ຕັ້ງໜ້າ​ໃນ​ການ​ປະຕິບັດ​ຕາມແຜນ​ພັດທະນາ​ ອາຊີວະສຶກສາ ແລະ ອົບຮົມວິຊາຊີບ 2021-2025 ​ໃຫ້ໄປ​ຕາມ 3 ລັກສະນະ, 5 ຫຼັກມູນ ຂອງກະຊວງສຶກສາທິການ ແລະ ກິລາ, ໄປຕາມ​ວິ​ໄສ​ທັດ​ທີ່​ກຳນົດ​ໄວ້ ​ເພື່ອ​ໃຫ້​ກາຍ​ເປັນ​ວິທະຍາ​ໄລ​ທີ່​ສ້າງ ​ແລະ ພັດທະນາທັກສະສີມື ແຮງງານທາງ​ດ້ານ​ວິຊາ​ສະ​ເພາະທີ່ແນ່ນອນ ແລະ ມີ​ຄຸນ​ນະພາ​ບ ຕອບ​ສະໜອງ​ໃຫ້​ແກ່​ສັງຄົມ​​ຕາມ​ຄວາມ​ຕ້ອງການ ຂອງຕະຫຼາດແຮງງ​ານໃນທົ່ວປະເທດ ເວົ້າລວມ, ເວົ້າສະເພາະແມ່ນພາຍໃນແຂວງຈຳປາສັກ ຂອງພວກເຮົາ, ມີລະບົບການບໍລິຫານ, ການຊີ້ນຳໆພາທາງ​ດ້ານ​ການ​ເມືອງ, ໂຄງສ້າງການຈັດ​ຕັ້ງ ແລະ ລະບົບ​ງົບປະມານ​​ແມ່ນ​ຂຶ້ນ​ກັບ​ແຂວງ, ທາງດ້ານວິຊາການແມ່ນຂຶ້ນກັບກົມອາຊີວະສຶກສາ, ກະຊວງສຶກສາທິການ ແລະ ກິລາ.

        ວິທະຍາໄລເຕັກນິກ - ວິຊາຊີບ ​ແຂວງ​ຈຳປາ​ສັກ ມີ 2 ວິທະຍາເຂດຄື: ວິທະຍາເຂດທີ 1 ຕັ້ງຢູ່ບ້ານຫຼັກເມືອງ ນະຄອນປາກເຊແຂວງຈໍາປາສັກ, ມີເນື້ອທີ່ທັງໝົດ 8.273,00 ຕາແມັດ ແລະ ວິທະຍາເຂດທີ 2 ຕັ້ງຢູ່ບ້ານຫົວແຊເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ມີເນື້ອທີ່ທັງໝົດ 25.8331 ແຮັກຕາ ໄດ້ສ້າງກໍາລັງແຮງງານ ແລະ ພັດທະນາຊັບພະຍາກອນມະນຸດ ເພື່ອຕອບສະໜອງໃຫ້ທັງພາກລັດ-ເອກະຊົນພາຍໃນ 4 ແຂວງພາກໃຕ້, ຊື່ງປະກອບມີ 3 ພະແນກ ແລະ 6 ພາກວິຊາ ໄດ້ແກ່: ພະແນກບໍລິຫານ-ຄຸ້ມຄອງ, ພະແນກຄຸ້ມຄອງວິຊາການ, ພະແນກກິດຈະການນັກສຶກສາ, ພາກວິຊາໄຟຟ້າ-ເອເລັກໂຕຣນິກ, ພາກວິຊາກໍ່ສ້າງເຄຫາສະຖານ, ພາກວິຊາບໍລິຫານທຸລະກິດ, ພາກວິຊາກົນຈັກ, ພາກວິຊາໄອທີ ແລະ ພາກວິຊາບໍລິຫານການໂຮງແຮມ-ການທ່ອງ ທ່ຽວ, ການພັດທະນາຫຼັກສູດການຮຽນ-ການສອນມີ ລະບົບ 9+3, ລະບົບ 12+2, ລະບົບ 12+3 ແລະ ຊັ້ນສູງຕໍ່ເນື່ອງ.

Post a Comment (0)