ວິທະຍາໄລເຕັກນິກ-ວິຊາຊີບແຂວງຈຳປາສັກເຂົ້າຮ່ວມ ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການສົ່ງເສີມຄວາມຮູ້ພື້ນຖານກ່ຽວກັບເພດສຶກສາໃນສະຖານອາຊີວະສຶກສາ ລະຫວ່າງກະຊວງສຶກສາທິການ ແລະກິລາ ຕ່າງໜ້າໂດຍ ກົມອາຊີວະສຶກສາ ຮ່ວມກັບອົງການມູນນິທິດູແລປິ່ນປົວພະຍາດເອດ(AHF)ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ວິໄລພອນ ພົມມະຫາໄຊ ວ່າການແທນຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການແລະກິລາ,ທ່ານດຣ ກູຢັ້ງ ປ້າວ ຮອງຫົວໜ້າຫ້ອງການພາກພື້ນເອເຊຍອົງການມູນນິທິດູແລປິ່ນປົວພະຍາດເອດ(AHF),ທ່ານ ວຽງນະຄອນ ບົວລະພັນ ຮອງຫົວໜ້າພະແນກສຶກສາທິການ ແລະກິລາແຂວງຈຳປາສັກ, ຮອງຫົວໜ້າພະແນກການພົວພັນຈາກ 4 ແຂວງ, ສະຖານອາຊີວະສຶກສາ 04 ແຫ່ງ (ວິທະຍາໄລເຕັກນິກ-ວິຊາຊີບ ແຂວງຈຳປາສັກ, ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງສາລະວັນ, ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງອັດຕະປື ແລະ ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງເຊກອງ) ເຂົ້າຮ່ວມ,ທີ່ໂຮງແຮມຈຳປາສັກແກຣນ,
ໃນຄັ້ງວັນທີ 10 ຕຸລາ 2024
