ປະຫວັດຄວາມເປັນມາ


 ປະຫວັດຄວາມເປັນມາ

ພາຍຫລັງປະເທດຊາດ ໄດ້ຮັບການປົດປ່ອຍ ແລະ ໄດ້ສະຖາປານາ​ເປັນ​ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂື້ນໃນປີ 1975 ເປັນຕົ້ນມາ, ພັກ ແລະ ລັດຖະບານໄດ້ ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຕໍ່ການພັດທະນາຊັບພະຍາກອນມະນຸດເວົ້າລວມ ເວົ້າສະເພາະຕໍ່ວຽກງານອາຊີວະສຶກສາ ແລະ ອົບຮົມວິຊາຊີບ. ແຂວງຈຳປາສັກ ກໍ່ເປັນແຂວງໜຶ່ງທີ່ສຳຄັນໃນບັນດາແຂວງພາກ​ໃຕ້ເຊິ່ງກະຊວງສຶກສາທິການ ​ແລະ​ ກິລາ, ກົມອາຊີວະສຶກສາ ​ເຫັນ​ຄວາມສຳຄັນໃນການຂະຫຍາຍວຽກງານອາຊີວະສຶກສາ , ​ຈຶ່ງ​ໄດ້​ສ້າງ​ຕັ້ງ​ ໂຮງຮຽນການຊ່າງຊັ້ນຕົ້ນປາກເຊ ຂື້ນໃນວັນທີ 02 ເດືອນ ຕຸລາ ປີ 1981 ຕາມ ດຳລັດ ເລກທີ 1516 / ປຄຂ-ຈປສ ແລະເບື້ອງຕົ້ນເປີດສອນຫຼັກສູດ 8+2 ໂດຍເປີດສອນໃນ 2 ສາຮຽນ ຄື: ສາຂາຊ່າງກໍ່ ແລະ ສາຂາຊ່າງໄມ້. ອີງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນ ບັນດາແຂວງພາກໃຕ້ ຈ່ີງໄດ້ມີການພັດທະນາ ແລະ ຂະຫຍາຍຕົວໃນແຕ່ລະໄລຍະດ່ັງນີ້: ປີ 1982-1984 ໄດ້ຂະຫຍາຍສາຂາວິຊາຮຽນເພີ້ມອີກ 2 ສາຂາຮຽນຄື: ສາຂາຊ່າງໄຟຟ້າ ແລະ ສາຂາຊ່າງຕັດຫຍິບ. ປີ 1987-1990 ໂດຍໄດ້ຮັບການຊ່ວຍເຫຼືອ ຈາກສະຫະປະຊາຊາດ (UNDP) ໄດ້ປັບປຸງໃນ 4 ສາຂາຮຽນທີ່ມີແລ້ວ.ພ້ອມກັນນັ້ນກ່ໍໄດ້ເປີດຕື່ມອີກ 2 ສາຂາຮຽນຄື: ສາຂາຊ່າງໂລຫະ ແລະ ສາຂາຊ່າງລົດຍົນ. ປີ 1995 ໄດ້ຮັບການຊ່ວຍເຫຼືອອຸປະກອນຈາກການຮ່ວມມືທາງດ້ານເຕັກນິກລາວ-ໄທ ໃນ 4 ສາຂາຮຽນຄື: ສາຂາຊ່າງໂລຫະ, ສາຂາຊ່າງລົດຍົນ, ສາຂາກໍ່ສ້າງ ແລະ ສາຂາຊ່າງໄມ້. ປີ 1997-1999 ໄດ້ພັດທະນາຫຼັກສູດຈາກລະບົບ (8+2)ເປັນ(8+3).ເອີ້ນວ່າຫຼັກສູດຊ່າງຊຳນານງານ(ປວຊ). ພ້ອມດຽວກັນນີ້ກໍ່ໄດ້ປ່ຽນຊ່ືໂຮງຮຽນຈາກ ການຊ່າງຊັ້ນຕົ້ນມາເປັນໂຮງຮຽນວິຊາຊີບປາກເຊ ໄດ້ຂະຫຍາຍຕ່ືມອິກ 2 ສາຂາຮຽນຄື:ສາຂາຄຸ້ມຄອງ-ການບັນຊີ ແລະ ສາຂາ ປຸງແຕ່ງອາຫານ ແລະ ການໂຮງແຮມ.ໄລຍະດ່ັ່ງກ່າວນີ້ແມ່ນໄດ້ຮັບການຊ່ວຍເຫຼືອຈາກອົງການຮ່ວມມືລາວ-ເຍຍລະມັນ(GTZ). ປີ 2000-2003 ໄດ້ຮັບການຊ່ວຍເຫຼືອດ້ານບຸກຄະລາກອນ( ອາສາສະໝັກ )ຈາກ 3 ອົງການຈັດຕັ້ງສາກົນຄື: DED, JICA,KOICA. ໄດ້ຍົກລະດັບຫຼັກສູດຈາກ(8+3)ເປັນ(11+2)ຫຼັກສູດ ຊ່າງເຕັກນິກ ( ປຊຕ )ແລະ ໄດ້ປ່ຽນຊື່ຈາກໂຮງຮຽນວິຊາຊີບເປັນໂຮງຮຽນເຕັກນິກ-ວິຊາຊີບແຂວງຈຳປາສັກ, ຍ້ອນຄວາມຮຽກຮ້ອງ ຕ້ອງການຂອງສັງຄົມຫລາຍຂື້ນ ຈຳນວນນັກຮຽນກໍ່ເພີ້ມຂື້ນ ຈິ່ງໄດ້ມີການຂະຫຍາຍອອກໄປຢູ່ແຫ່ງທີ2(ຫລັກ9)ຢູ່​ເຮືອນພັກຄົນ​ງານຂອງໂຄງການສ້າງທາງ ADB7 ປາກເຊ-ເວີນຄາມ. ປີ 2002-2006 ມະຫາວິທະຍາໄລຈຳປາສັກໄດ້ຂໍຢືມເອົາອາຄານເພື່ອເປີດການຮຽນການສອນຊົ່ວຄາວ ແລະ ໄດ້ສ້າງຫໍພັກນັກສຶກສາ 4 ຫລັງ, ຮອດທ້າຍປີ 2006 ມະຫາວິທະຍາໄລຈຳປາສັກຍ້າຍອອກກໍ່ໄດ້ມອບຫໍພັກໃຫ້ຈຳນວນ 4 ຫຼັງ. ເດືອນ 11 ປີ 2005 - ເດືອນ 9 ປີ 2009 ໄດ້ຮັບການຊ່ວຍເຫລືອຈາກປະເທດແບນຊິກ ປະຕິບັດໂດຍໂຄງການ BTC – LAO 04/008/11 ໂຄງການດັ່ງກ່າວນີ້ຊື່ວ່າ: ໂຄງການ ປັບປຸງ ແລະ ສ້າງຄວາມເຂັ້ມແຂງໃຫ້ ໂຮງຮຽນເຕັກນິກ -ວິຊາຊີບແຂວງຈໍາປາສັກ.ຕະຫຼອດໄລຍະ ແຫ່ງ​ການປັບປຸງ​ແລະ​​ສ້າງ​ຄວາມ​ເຂັ້ມ​ແຂງ ​​ໃຫ້​ໂຮງຮຽນ​ເຕັກນິກ​-ວິຊາ​ຊີບ​ແຂວງ​ຈຳປາ​ສັກ​ເພື່ອ​ສະໜອງ​ແຮງ​ງານ​ໃຫ້​​ແຜນ​ພັດທະນາເສດຖະກິດ​ສັງຄົມ​ຂອງ​ແຂວງ​ຈຳປາ​ສັກ​ແລະ​ບັນດາ​ແຂວງ​ພາກໃຕ້​.ໂຮງຮຽນເຕັກນິກ​ - ວິຊາ​ຊີບ​ແຂວງ​ຈຳປາ​ສັກ​ ໄດ້​ຍົກ​ລະດັບ​ ແລະສ້າງ​ຕັ້ງເປັນ​ວິທະຍາ​ໄລ​ເຕັກນິກ​-ວິຊາ​ຊີບ​​ແຂວງຈຳປາ​ສັກ​ໃນ​ວັນ​ທີ25​ເດືອນມີນາ ປີ 2010.


Post a Comment (0)